電気通信大学への留学
国際教育センターホーム arrow 電気通信大学への留学 arrow Why UEC? 先輩からのメッセージ arrow ワムア・ヤチョンカさん

ワムア・ヤチョンカさん

002_vamoua_Y.jpgワムア・ヤチョンカさん

 皆さま、こんにちは。私はワムア・ヤチョンカと申します。ラオスという東南アジアに位置している小さな内陸国から参りました。
 私は、2009年に日本政府国費留学生として来日し、最初の1年間は東京日本語教育センターで日本語を習得していました。その後、豊田工業高等専門学校で3年間勉強してから電気通信大学(UEC)に編入学しました。
 私は現在、博士後期過程の2年生で八木研究室に所属しており、生体識別システムの最適な性能を解析しています。具体的には、個体の特有な生体データ(生のデータ)のプライバシーを安全に保護することと、スキャンされた生体データの系列をデータベースに保存されるためのメモリの効率化を図ることを両方考慮した上で、生体識別システムが正しく識別できるために登録することができるユーザー数を明らかにしようとしています。
 より詳しい情報を見たい方は私の個人サイトをご覧ください!
 
 UECの一員になってから今年で6年目となります。UECは確かに小さな大学ではありますが、この大学で働いている人々の心はとても大きいと感じています。電通大国際教育センターをはじめ、留学生係、先生方々はとても親切です。まるで自分の家族の一員のように留学生に対して親身に接してくださっています。
 そして、UECは学習のみならず交流活動も充実しているため、情熱を持ったチャレンジャーにとっては適している場所だと思われます。まず、学習の面では、質の高い学習施設や図書館などが整っており、世界一流の研究が取り組める環境にあります。次に、交流活動についてですが、UECの中にはICESというサークルがあり、様々な国から来ている留学生たちが参加しているので、異文化を学ぶ機会としては大変貴重です。そして外部との交流をしてみたいという方にも、UECでは日本の学校訪問やホームステイなどといったエキサイティングなプログラムが多く用意されています。
 以上より、UECは自分の専門性を磨く場所としてはもちろんですが、同時に自分の視野を広くしてくれる場所でもあると私は信じています。
 日本の大学で勉強したいという留学生の方、是非UECで一緒に冒険してみませんか? 我々は新しいメンバーを心から歓迎しています。
 

母国語

ສະບາຍດີ

ຂ້າພະເຈົ້າຊື່ ວ່າມົວ ຢາຈົງກາ ປະຈຸບັນກຳລັງສຶກສາລະດັບປະລິນຍາເອກ ຊັ້ນປີທີ່ 2 ຢູ່ The University of Electro-Communications, Tokyo (UEC Tokyo). ຂ້າພະເຈົ້າໄດ້ມາສຶກສາຢູ່ປະເທດຍີ່ປຸ່ນ ແຕ່ປີ 2009 ພາຍໄຕ້ການສະໜັບສະໜູນຂອງລັດຖະບານຍີ່ປຸ່ນ. ມາຮອດປະຈຸບັນ, ເປັນປີທີ່ 9 ຂອງການປະຈົນໄພຢູ່ໃນຜືນເເຜ່ນດິນປາດິບເເຫ່ງນີ້ເເລ້ວ. ໃນໄລຍະປີທຳອິດ ຂ້າພະເຈົ້າໄດ້ເຂົ້າຮຽນພາສາຍີ່ປຸ່ນຢູ່ ໂຮງຮຽນພາສາຍີ່ປຸ່ນໂຕກຽວ (Tokyo Japanese Language Center), ຫຼັງຈາກນັ້ນ ໄດ້ໄປເຊື່ອມຕໍ່ຢູ່ ວິທະຍາໄລ ໂຕໂຢຕະ (National Institute of Technology, Toyota College) ເເຂວງ ອາຍຈິ. ພາຍຫຼັງຮຽນຈົບທີ່ ວິທະຍາໄລ ໂຕໂຢຕະ ຂ້າພະເຈົ້າໄດ້ເສັງເຂົ້າຮຽນຕໍ່ທີ່ ມະຫາວິທະຍາໄລເເຫ່ງນີ້ ເເລະ ໄດ້ສັງກັດຢູ່ຫ້ອງຄົ້ນຄ້ວາຂອງອາຈານ ຮິເດະກິ ຢະກິ (Assoc. Prof. Hideki Yagi). ກ່ຽວກັບການຄົ້ນຄ້ວາຂອງຂ້າພະເຈົ້າ, ຖ້າຫາກທ່ານໃດມີຄວາມສົນໃຈເເມ່ນສາມາດເຂົ້າໄປອ່ານໄດ້ໃນເວັບໄຊສ່ວນຕົວຂອງຂ້າພະເຈົ້າ.

ຜ່ານມາເປັນໄລຍະເວລາ 5 ປີກ່ວາເເລ້ວ ທີ່ຂ້າພະເຈົ້າເຂົ້າມາສຶກສາຕໍ່ຢູ່ມະຫາວິທະຍາໄລເເຫ່ງນີ້. ສໍາລັບຄວາມຮູ້ສຶກສ່ວນຕົວຂອງຂ້າພະເຈົ້າ, UEC Tokyo ເປັນມະຫາວິທະຍາໄລທີ່ບໍ່ໃຫ່ຍປານໃດ ເເຕ່ວ່າຄວາມສູ້ຊົນ ແລະ ນໍ້າໃຈໂອບເອື້ອອາລີຂອງພະນັກງານທີ່ເຮັດວຽກຢູ່ສະຖາບັນເເຫ່ງນີ້ເເມ່ນຍີ່ງໃຫ່ຍຫຼາຍ ໂດຍສະເພາະ ພະນັກງານຢູ່ພະເເນກຄຸ້ມຄອງນັກສຶກສາຕ່າງປະເທດ ເເລະ ບັນດາອາຈານ ປະພຶດຕົນຕໍ່ກັບນັກສຶກສາຕ່າງປະເທດດ້ວຍຄວາມອົບອຸ່ນເໝືອນກັບເປັນສະມາຊິກຄົນໜຶ່ງໃນຄອບຄົວ. UEC Tokyo ເເມ່ນສະຖາບັນການສຶກສາເເຫ່ງໜຶ່ງທີ່ເຕັມໄປດ້ວຍເຄື່ອງມືທັນສະໄໝ, ມີຫ້ອງສະມຸດທີ່ກວ້າງໃຫ່ຍສາມາດຕອບສະໜອງວັດສະດຸ ແລະ ຂໍ້ມູນໃຫ້ນັກສຶກສາເເຕ່ລະຄົນເຮັດການຄົ້ນຄ້ວາລະດັບສາກົນໄດ້. ນອກຈາກການສຶກສາເເລ້ວ, ທາງມະຫາວິທະຍາໄລ ຍັງມີກິດຈະກໍານອກຫຼັກສູດຫຼາກຫຼາຍທີ່ໜ້າສົນໃຈໃຫ້ນັກສຶກສາໄດ້ສຳພັດເຖີງວັດທະນະທຳຂອງຍີ່ປຸ່ນ ເເລະ ປະເທດອື່ນໆອີກດ້ວຍ. ຕົວຢ່າງ: ໃນມະຫາວິທະຍາໄລ UEC Tokyo ມີຊຸມຊົນໜື່ງຊື່ວ່າ ”ICES” ເຊິ່ງຫຍໍ້ມາຈາກ International Cultural Exchange Society ໃນນັ້ນຈະມີນັກສຶກສາຈາກຫຼາຍໆປະເທດ ລວມທັງຄົນຍີ່ປຸ່ນມາເຕົ້າໂຮມເຮັດກິດຈະກຳຮ່ວມກັນເພື່ອເເລກປ່ຽນ ແລະ ເຜີຍເເພ່ວັດທະນະທຳຂອງປະເທດຕົນເອງໃຫ້ຊາດອື່ນໄດ້ຮັບຮູ້. ສຳລັບຕົວຂ້າພະເຈົ້າເອງ ກໍໄດ້ຮຽນຮູ້ ເເລະ ຊືມສັບຫຼາຍຢ່າງຈາກການເຂົ້າເປັນສະມາຊິກຄົນໜື່ງຂອງຊຸມຊົນດັ່ງກ່າວ. ບໍ່ພຽງເເຕ່ເທົ່ານັ້ນ, ສໍາລັບນັກສຶກສາຕ່າງປະເທດທີ່ຢາກໄປຫາປະສົບການຢູ່ນອກໂຮງຮຽນ ທາງມະຫາວິທະຍາໄລ ຍັງໄດ້ກະກຽມຫຼາຍໆໂປຼເເກຼມໃຫ້ອີກດ້ວຍ ເຊັ່ນ: ໂຮມສະເຕຢູ່ບ້ານຄົນຍີ່ປຸ່ນ, ໄປຢ້ຽມຢາມໂຮງຮຽນປະຖົມຍີ່ປຸ່ນ ເເລະ ອື່ນໆອີກ.

ດັ່ງນັ້ນ, ຂ້າພະເຈົ້າເຊື່ອວ່າ ມະຫາວິທະຍາໄລ UEC Tokyo ບໍ່ແມ່ນພຽງແຕ່ເປັນບ່ອນທີ່ຈະຊ່ວຍສະໜອງຄວາມຮູ້ທາງດ້ານວິຊາສະເພາະເທົ່ານັ້ນ, ທັງຍັງເປັນບ່ອນທີ່ຊ່ວຍພັດທະນາເເນວຄວາມຄິດ ແລະ ຊ່ວຍເປີດກ້ວາງມຸມມອງໃນການເບິ່ງໂລກໃຫ້ກັບນັກສຶກສາທຸກຄົນ. ຖ້າຫາກທ່ານໃດມີຄວາມສົນໃຈກ່ຽວກັບການມາສຶກສາຕໍ່ຢູ່ປະເທດຍີ່ປຸ່ນ, ຢາກເຊີນຊວນມາປະຈົນໄພ ເເລະ ຄົ້ນຫາສິ່ງໃໝ່ໆຢູ່ມະຫາວິທະຍາໄລເເຫ່ງນີ້ນຳກັນ. ພວກເຮົາທຸກຄົນຍິນດີີຕ້ອນຮັບນັກສຶກສາທຸກຄົນເຂົ້າມາເປັນສະມາຊິກຢູ່ສະເໝີ.

 

作成日:2018年8月22日 / 更新日:2018年8月22日